Price
Price
Price
Project Gallery
ທຣຳ-ສຸພາບສະຕີເບີຫນຶ່ງ ເປີດທຳນຽບຂາວຕ້ອນຮັບເດັກນ້ອຍ ຄອບຄົວເຈົ້າໜ້າທີ່ ຮ່ວມງານຮາໂລວີນ
ປະທານາທິບໍດີ ໂດນັລ ທຣຳ ແລະ ນາງເມລາເນຍ ທຣຳ ສຸພາບສະຕີເບີຫນຶ່ງຂອງສະຫະລັດຯ ເປີດທຳນຽບຂາວ ຢູ່ນະຄອນວໍຊິງຕັນ ດີຊີ ຈັດກິດຈະກຳຕ້ອນຮັບວັນຮາໂລວີນ
ວັນທີ 30 ຕຸລາ 2568 ປະທານາທິບໍດີ ໂດນັລ ທຣຳ ແລະ ນາງເມລາເນຍ ທຣຳ ສຸພາບສະຕີເບີຫນຶ່ງຂອງສະຫະລັດຯ ເປີດທຳນຽບຂາວ ຢູ່ນະຄອນວໍຊິງຕັນ ດີຊີ ຈັດກິດຈະກຳຕ້ອນຮັບວັນຮາໂລວີນ ແຈກເຂົ້າໜົມໃຫ້ເດັກນ້ອຍ ແລະ ຄອບຄົວເຈົ້າໜ້າທີ່ທຳນຽບຂາວທີ່ມາຮ່ວມງານກັນຢ່າງຄຶກຄັກ
ເຖິງແມ່ນວ່າທັງສອງຄົນຈະບໍ່ໄດ້ນຸ່ງຊຸດແຟນຊີ ແຕ່ທຣຳມາໃນຊຸດສູດ ພ້ອມໝວກສີແດງປັກຄຳວ່າ "ຢູເອສເອ" ສ່ວນເມລາເນຍເລືອກນຸ່ງເສື້ອໂຄດສີເບດທີ່ເບິ່ງສະຫງ່າງາມ ທ່າມກາງບັນຍາກາດທີ່ອົບອຸ່ນ ແລະ ຮອຍຍິ້ມຈາກບັນດາເດັກນ້ອຍທີ່ແຕ່ງຊຸດແຟນຊີຫຼາກຫຼາຍສີສັນ
ໂດຍກິດຈະກຳຄັ້ງນີ້ຈັດຂຶ້ນພຽງແຕ່ໜຶ່ງວັນຫຼັງຈາກທີ່ທຣຳເດີນທາງກັບຈາກພາລະກິດໄປຢ້ຽມຢາມຫຼາຍປະເທດໃນເອເຊຍ ເຊິ່ງລວມທັງການພົບປະປຶກສາຫາລືກັບປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນ ເພື່ອປຶກສາຫາລືດ້ານການຄ້າລະຫວ່າງສອງປະເທດ ແລະ ເຖິງແມ່ນວ່າທຳນຽບຂາວຈະປະກາດຄວາມສຳເລັດຂອງການໄປຢ້ຽມຢາມເອເຊຍຄັ້ງນີ້ ແຕ່ຫຼາຍຝ່າຍຍັງຄົງຕິດຕາມເບິ່ງວ່ານະໂຍບາຍຕ່າງປະເທດຂອງທຣຳຈະສົ່ງຜົນກະທົບແນວໃດຕໍ່ປະຊາຊົນຊາວອາເມຣິກາທີ່ຍັງຄົງກັງວົນຕໍ່ສະພາບເງິນເຟີ້ທີ່ສູງຢ່າງຕໍ່ເນື່ອງ.






